ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

EURUSD ດີດກັບຈາກເສັ້ນ EMA ສຳຄັນ, ຈັບຕາຊ່ອງທາງຂາລົງ ແລະ US NFP

EURUSD ດີດກັບຈາກເສັ້ນ EMA ສຳຄັນ, ຈັບຕາຊ່ອງທາງຂາລົງ ແລະ US NFP

EURUSD ຍັງມີແຮງຊື້ເລັກນ້ອຍຢູ່ແຖວ 1.0830 ໃນຊ່ວງຕົ້ນວັນພະຫັດ ໂດຍຮັກສາການຟື້ນຕົວຂອງມື້ກ່ອນຈາກເສັ້ນຄ່າສະເລ່ຍເຄື່ອນທີ່ແບບເອັກສໂປເນນເຊຍນ 200 ມື້ ແລະ 100 ມື້ (EMA) ຫຼັງຈາກທະນາຄານກາງສະຫະລັດ (Fed) ຢຸດການປັບອັດຕາດອກເບ້ຍຫຼັກໄວ້ດ້ວຍທ່າທີຜ່ອນຄາຍ. ແນວໃດກໍຕາມ, ຄວນສັງເກດວ່າສັນຍານ MACD ຂາລົງ ແລະຊ່ອງແນວໂນ້ມຂາລົງທີ່ດຳເນີນມາເປັນເວລາ 1 ອາທິດ ກຳລັງກົດດັນຜູ້ຊື້ຄູ່ເງິນເອີໂຣ ກ່ອນການເຜີຍແຜ່ຂໍ້ມູນສຳຄັນລະດັບສູງຈາກສະຫະລັດກ່ຽວກັບກິດຈະກຳທາງເສດຖະກິດ ແລະການຈ້າງງານ ເຊິ່ງກຳນົດເຜີຍແຜ່ໃນທ້າຍມື້ນີ້ ແລະວັນສຸກ. ຂະນະດຽວກັນ ເສັ້ນ RSI (14) ທີ່ຊົງຕົວຢູ່ ບົ່ງຊີ້ວ່າການຟື້ນຕົວຫຼ້າສຸດອາດດຳເນີນຕໍ່ໄປ. ດັ່ງນັ້ນ ຝ່າຍຊື້ຄວນລໍຖ້າໃຫ້ລາຄາທະລຸເສັ້ນເທິງຂອງຊ່ອງແນວໂນ້ມນີ້ຂຶ້ນໄປຢ່າງຊັດເຈນ ເຊິ່ງຢູ່ໃກ້ 1.0855 ໃນຂະນະທີ່ຂຽນບົດຄວາມ ພ້ອມລໍຖ້າຂໍ້ມູນ PMI ຈາກ ISM ຂອງສະຫະລັດ ແລະຂໍ້ມູນການຈ້າງງານນອກຂະແໜງກະສິກຳ (NFP) ເພື່ອຄວາມໝັ້ນໃຈ. ຫຼັງຈາກນັ້ນ ການປັບຕົວຂຶ້ນຢ່າງຄ່ອຍເປັນຄ່ອຍໄປຂອງລາຄາຄູ່ເງິນໄປຫາລະດັບ 1.0900 ກໍຍັງເປັນໄປໄດ້. ແຕ່ເສັ້ນແນວຕ້ານທີ່ມີຄວາມຊັນຂຶ້ນນັບແຕ່ຕົ້ນເດືອນເມສາ ເຊິ່ງຢູ່ໃກ້ 1.0950 ໃນຂະນະທີ່ຂຽນບົດຄວາມ ຕາມດ້ວຍລະດັບ 1.1000 ຈະເປັນດ່ານທີ່ຜູ້ຊື້ທະລຸຜ່ານໄດ້ຍາກ.

ໃນອີກດ້ານໜຶ່ງ ພື້ນທີ່ທີ່ປະກອບດ້ວຍ EMA 100 ແລະ 200 ໃນຊ່ວງ 1.0810-800 ຊ່ວຍຈຳກັດແນວໂນ້ຂາລົງໃນຍະສັ້ນຂອງຄູ່ເງິນ EURUSD. ຖ້າຝ່າຍຂາຍຄູ່ເງິນເອີໂຣສາມາດທະລຸ EMA ທີ່ກ່າວມາໄດ້ໃນຈຸດປິດລາຍວັນ ເສັ້ນລຸ່ມຂອງຊ່ອງແນວໂນ້ຂາລົງຈະເປັນດ່ານປ້ອງກັນສຸດທ້າຍຂອງຝ່າຍຂາຍແຖວ 1.0785. ຄວນສັງເກດວ່າ ສັດສ່ວນ Fibonacci 61.8% ແລະ 78.6% ຂອງການປັບຕົວຂຶ້ນຂອງຄູ່ເງິນຈາກເດືອນເມສາຫາເດືອນກໍລະກົດ ໂດຍຢູ່ໃກ້ 1.0730 ແລະ 1.0670 ຕາມລຳດັບ ອາດເປັນຈຸດພັກຕົວຊົ່ວຄາວ ເມື່ອຄູ່ເງິນອ່ອນຄ່າຕໍ່ລົງຜ່ານ 1.0785 ແລະມຸ່ງໜ້າໄປຫາລະດັບຕ່ຳສຸດຂອງປີທີ່ເຮັດໄວ້ໃນເດືອນເມສາ ແຖວ 1.0600.

ໂດຍລວມ EURUSD ມີແນວໂນ້ມຈະຍັງແຂງຄ່າຂຶ້ນ ແຕ່ຂອບເຂດການປັບຕົວຂຶ້ນເບິ່ງຄືວ່າຈຳກັດ. ນອກຈາກນີ້ ບັນຍາກາດລະມັດລະວັງກ່ອນການເຜີຍແຜ່ດັດຊະນີ US ISM PMI ແລະຕົວເລກການຈ້າງງານປະຈຳເດືອນກໍລະກົດ ກໍເປັນອຸປະສັກຕໍ່ຜູ້ຊື້ຄູ່ເງິນນີ້.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.