ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

GBPUSD ຖອຍລົງຫຼັງດີດຂຶ້ນຈາກ 21-SMA, ຕະຫຼາດຈັບຕາເງິນເຟີ້ອັງກິດ ແລະ ສະຫະລັດ

GBPUSD ຖອຍລົງຫຼັງດີດຂຶ້ນຈາກ 21-SMA, ຕະຫຼາດຈັບຕາເງິນເຟີ້ອັງກິດ ແລະ ສະຫະລັດ

GBPUSD ຢຸດສະຖິຕິປັບຂຶ້ນຕິດຕໍ່ກັນ 2 ມື້ ໂດຍອ່ອນຄ່າລົງເລັກນ້ອຍມາຢູ່ປະມານ 1.2270 ໃນຂະນະທີ່ນັກຊື້ຂາຍລໍຖ້າຂໍ້ມູນການຈ້າງງານຂອງອັງກິດ ແລະຂໍ້ມູນເງິນເຟີ້ຂອງສະຫະລັດໃນຕອນເຊົ້າວັນອັງຄານ. ຂະນະດຽວກັນ ຄູ່ເງິນ Cable ເລີ່ມສູນເສຍແຮງດີດຕົວຂຶ້ນຈາກເສັ້ນ SMA 21 ມື້. ແນວໃດກໍຕາມ ການທີ່ RSI (14) ຍັງບໍ່ຢູ່ໃນເຂດຊື້ຫຼາຍເກີນໄປ, ສັນຍານ MACD ທີ່ຊີ້ວ່າລາຄາອາດປັບຂຶ້ນ ແລະການທີ່ລາຄາຍັງຢືນຢັນການເບຣກຜ່ານແນວຕ້ານໃນຕົ້ນເດືອນ ຍັງເຮັດໃຫ້ຝ່າຍຊື້ມີຄວາມຫວັງ. ດ້ວຍເຫດນີ້ ຈຸດສູງສຸດທີ່ເຮັດໄວ້ໃນເດືອນຕຸລາໃກ້ລະດັບ 1.2290 ແລະຈຸດສູງສຸດຂອງເດືອນໃກ້ລະດັບ 1.2340 ອາດດຶງດູດໃຫ້ນັກຊື້ປອນອັງກິດເຂົ້າຊື້ ເມື່ອລາຄາປັບຂຶ້ນອີກຄັ້ງ. ແນວໃດກໍຕາມ ລະດັບ SMA 200 ມື້ໃກ້ 1.2440 ເບິ່ງຄືວ່າຈະຜ່ານໄດ້ຍາກສຳລັບຝ່າຍຊື້. ຖ້າລາຄາເບຣກຜ່ານລະດັບນີ້ ກໍອາດມຸ່ງໜ້າໄປຫາຈຸດຕ່ຳສຸດຈາກການແກວ່ງຕົວໃນເດືອນສິງຫາ ທີ່ຢູ່ປະມານ 1.2550.

ແຕ່ຄວນສັງເກດວ່າ ປັດໄຈພື້ນຖານທາງເສດຖະກິດຂັດກັບສັນຍານທາງເທຄນິຄທີ່ຊີ້ວ່າລາຄາອາດປັບຂຶ້ນ ເນື່ອງຈາກເສດຖະກິດຂອງສະຫະລາຊະອານາຈັກອ່ອນແອກວ່າສະຫະລັດ. ຖຶງຈະຊັ່ງນັ້ນ ເສັ້ນ SMA 21 ມື້ ແລະເສັ້ນແນວຕ້ານເດີມ ທີ່ຢູ່ປະມານ 1.2200 ແລະ 2120 ຕາມລຳດັບ ຈະຈຳກັດການປັບຕົວລົງໃນລະຍະສັ້ນຂອງຄູ່ GBPUSD. ຖ້າຝ່າຍຂາຍປອນອັງກິດຄຍຍຶດຄວບລາຄາຕໍ່ຈາກ 1.2120, ແນວຮັບແນວນອນທີ່ຄົງຢູ່ມາ 5 ອາທິດໃກ້ 1.2070, ຈຸດຕ່ຳສຸດຂອງເດືອນກ່ອນໃກ້ 1.2035 ແລະຈຸດດຶງດູດທາງຈິດວິທະຍາໃກ້ 1.2000 ອາດທດສອບຝ່າຍຂາຍ ກ່ອນທີ່ຈະຄວບຄຸມຕະຫຼາດໄດ້ທັງໝົດ.

ໂດຍລວມ ຄູ່ GBPUSD ມີແນວໂນ້ມຈະປັບຂຶ້ນເລັກນ້ອຍ ເວັ້ນແຕ່ວ່າຂໍ້ມູນທີ່ຈະປະກາດຕາມກຳນົດຈະອອກມາໜ້າຜິດຫວັງຫຼາຍເກີນໄປ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.