Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ແຮງຊື້ EURUSD ເລີ່ມອ່ອນແຮງກ່ອນການປະຊຸມ ECB

ແຮງຊື້ EURUSD ເລີ່ມອ່ອນແຮງກ່ອນການປະຊຸມ ECB

ເຖິງແມ່ນວ່າ EURUSD ກຳລັງທົດສອບເສັ້ນຕ້ານທານທີ່ມີມາ 4 ເດືອນ, ແຕ່ຈຸດສູງສຸດຂອງລາຄາທີ່ຕ່ຳລົງກັບຕ່າງຈາກຈຸດສູງສຸດຂອງ RSI (14) ທີ່ສູງຂຶ້ນ. ນີ້ສະທ້ອນເຖິງສັນຍານ divergence ຂາລົງແບບຊ່ອນຢູ່ ແລະອາດດຶງດູດຜູ້ຂາຍກ່ອນການປະຊຸມສຳຄັນຂອງທະນາຄານກາງເອີຣົບ (ECB). ທັງນີ້ ເສັ້ນ 21-DMA ຢູ່ແຖວ 1.0635 ເບິ່ງຄືຈະເປັນແນວຮັບໃກ້ສຸດທີ່ຄວນຈັບຕາ ໃນຂະນະທີ່ລາຄາຖອຍລົງກ່ອນຈະເຄື່ອນໄປທາງລົງ. ໃນຊ່ວງທີ່ລາຄາຫຼຸດລົງ ພື້ນທີ່ແນວນອນທີ່ກິນເວລາ 6 ອາທິດແຖວ 1.0470-60 ອາດເປັນແນວປ້ອງກັນສຸດທ້າຍຂອງຜູ້ຊື້ ກ່ອນທີ່ຄູ່ເງິນຈະມຸ່ງໜ້າໄປຫາລາຄາຕ່ຳສຸດຂອງປີທີ່ເຮັດໄວ້ໃນເດືອນພຶດສະພາ ແຖວ 1.0350.

ໃນຂະນະດຽວກັນ ລະດັບ Fibonacci retracement 38.2% ຂອງການຫຼຸດລົງຈາກເດືອນກຸມພາຫາພຶດສະພາ ແຖວ 1.0785 ແລະລາຄາຕ່ຳສຸດຂອງເດືອນມີນາແຖວ 1.0805 ເບິ່ງຄືຈະເປັນຈຸດຢືນຢັນການປັບຂຶ້ນຕໍ່ຂອງຄູ່ເງິນ EURUSD, ເຖິງແມ່ນວ່າລາຄາຈະຜ່ານເສັ້ນຕ້ານທານທີ່ກ່າວມາແຖວ 1.0740 ໄດ້ສຳເລັດກໍຕາມ. ຖ້າຄູ່ເງິນຫຼັກຍັງແຂງແຮງຕໍ່ເໜືອ 1.0805, ຈຸດສູງສຸດແບບ swing ໃນທ້າຍເດືອນເມສາ ແລະເສັ້ນ 100-DMA ຢູ່ໃກ້ 1.0940 ອາດດຶງດູດແຮງຊື້ໃຫ້ຄູ່ເງິນນີ້.

ໂດຍລວມແລ້ວ ການດີດກັບຄືນຫຼ້າສຸດຂອງ EURUSD ສະທ້ອນຄວາມຄາດຫວັງວ່າ ECB ຈະມີທ່າທີເຂັ້ມງວດດ້ານນະໂຍບາຍການເງິນ. ຖ້າບໍ່ເປັນໄປຕາມຄວາມຄາດຫວັງນີ້ ລາຄາອາດຖືກກົດລົງຢ່າງໄວວາ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.