Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ການຟື້ນຕົວຂອງລາຄາຄຳຍັງບໍ່ໜ້າເຊື່ອໝັ້ນ ຕາບໃດທີ່ຍັງຕໍ່າກວ່າ $1,692

ການຟື້ນຕົວຂອງລາຄາຄຳຍັງບໍ່ໜ້າເຊື່ອໝັ້ນ ຕາບໃດທີ່ຍັງຕໍ່າກວ່າ $1,692

ເສັ້ນແນວຕ້ານເກົ່າທີ່ມີມາໄດ້ 2 ເດືອນ ຍັງກັ້ນຜູ້ຊື້ຄຳໄວ້ ໃນຂະນະທີ່ພວກເຂົາລໍຖ້າຄວາມຊັດເຈນກ່ອນການເຜີຍແຜ່ຂໍ້ມູນດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງສະຫະລັດ. ນອກຈາກນັ້ນ ການທີ່ 50-SMA ຕັດຂຶ້ນຜ່ານ 200-SMA ຈາກດ້ານລຸ່ມ ເຊິ່ງເອີ້ນວ່າ bull cross ຫຼື golden cross ກໍຊ່ວຍໃຫ້ຝ່າຍຊື້ຄຳຍັງມີຄວາມຫວັງ. ແນວໃດກໍຕາມ ຄວນສັງເກດວ່າການຟື້ນຕົວຍັງເກີດຂຶ້ນໄດ້ຍາກ ນອກຈາກລາຄາຄຳຈະຢືນຢູ່ເໜືອຈຸດທີ່ SMA ທັງສອງມາບັນຈົບກັນໃກ້ $1,690-92 ໄດ້ຢ່າງໝັ້ນຄົງ. ຈາກນັ້ນ ລາຄາອາດປັບຂຶ້ນໄປຫາຈຸດສູງສຸດປະຈຳເດືອນໃກ້ $1,730 ໃນໄວໆນີ້. ເຖິງຢ່າງນັ້ນ ລະດັບ Fibonacci retracement 61.8% ແລະ 78.6% ຂອງການປັບລົງຂອງລາຄາໃນເດືອນສິງຫາ-ກັນຍາ ທີ່ຢູ່ໃກ້ $1,735 ແລະ $1,767 ຕາມລຳດັບ ຈະເປັນລະດັບທີ່ຕະຫຼາດຈັບຕາ.

ອີກທາງໜຶ່ງ ການທີ່ລາຄາຫຼຸດລົງຜ່ານເຂດແນວຮັບທີ່ບັນຈົບກັນຢູ່ $1660 ເຊິ່ງລວມມີເສັ້ນແນວຕ້ານເກົ່າທີ່ກາຍເປັນແນວຮັບ ແລະລະດັບ Fibonacci retracement 23.6% ອາດຊັກຈູງຝ່າຍຂາຍຄຳໄດ້. ໃນກໍລະນີນັ້ນ ລະດັບ $1,640 ແລະຈຸດຕໍ່າສຸດຂອງປີທີ່ $1,614 ອາດເປັນເປົ້າໝາຍຂອງຝ່າຍຂາຍ ກ່ອນທີ່ລາຄາຈະໄປຮອດເສັ້ນ $1,600. ຖ້າລາຄາໂລຫະຍັງອ່ອນແຮງຕໍ່ຫຼັງຈາກຫຼຸດຕໍ່າກວ່າ $1,600 ຈຸດຕໍ່າສຸດໃນເດືອນເມສາ 2020 ໃກ້ $1,570 ອາດກາຍເປັນຈຸດຕໍ່າສຸດຂອງປີ.

ໂດຍລວມແລ້ວ ລາຄາຄຳກຳລັງຢອກລໍ້ຜູ້ຊື້ ແຕ່ຈຳເປັນຕ້ອງມີການຢືນຢັນຈາກທັງຂໍ້ມູນເງິນເຟີ້ຂອງສະຫະລັດ ແລະຂໍ້ມູນທາງເທັກນິກ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.