Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

USDCAD ຍັງເຄື່ອນໄຫວຜັນຜວນໃນກອບການຊື້ຂາຍ 140-pip ໃນສອງອາທິດຜ່ານມາ ໂດຍລ່າສຸດການດີດຕົວຈາກຂອບລຸ່ມທີ່ມີເສັ້ນ 200-SMA ປະກອບຢູ່ໄດ້ອ່ອນແຮງລົງ. ເມື່ອພິຈາລະນາຈາກ RSI ທີ່ຄົງທີ່ ແລະລາຄານ້ຳມັນທີ່ຖອຍລົງ ຊຶ່ງນ້ຳມັນເປັນສິນຄ້າສົ່ງອອກຫຼັກຂອງແຄນາດາ ຄູ່ເງິນ Loonie ມີແນວໂນ້ມຟື້ນຕົວຕໍ່. ແຕ່ຄຳເຫັນຂອງ Tiff Macklem ຜູ້ວ່າການທະນາຄານກາງແຄນາດາ (BOC) ຈະເປັນສິ່ງສຳຄັນທີ່ຄວນຕິດຕາມ ເພື່ອປະເມີນທິດທາງລາຄາລະຫວ່າງມື້. ເຖິງແນວນັ້ນ ການຟື້ນຕົວໃນໄລຍະຕົ້ນອາດຖືກຕ້ານໂດຍລະດັບ Fibonacci retracement 61.8% (Fibo.) ຂອງການຫຼຸດລົງຈາກທ້າຍເດືອນທັນວາຫາເດືອນມັງກອນ ຢູ່ປະມານ 1.2770. ຫຼັງຈາກນັ້ນ ແນວຕ້ານປະຈຳເດືອນໃກ້ 1.2790 ທີ່ມາບັນຈົບກັບກອບລາຄາຂ້າງຕົ້ນ ແລະລະດັບ 1.2800 ຈະເປັນດ່ານທ້າທາຍຜູ້ຊື້ USDCAD. ຖ້າລາຄາ Loonie ຂ້າມດ່ານ 1.2800 ໄດ້ ຈຸດສູງສຸດເດືອນມັງກອນທີ່ 1.2813 ອາດເປັນຈຸດຢືນຢັນການປັບຂຶ້ນ ໂດຍມີເປົ້າໝາຍຢູ່ຈຸດສູງສຸດທ້າຍປີ 2021 ທີ່ 1.2963.
ອີກທາງໜຶ່ງ ການຖອຍລົງອາດບໍ່ເກີດຂຶ້ນເກີນແນວຮັບຂອງກອບລາຄາຂ້າງຕົ້ນ ຢູ່ປະມານ 1.2650. ເຖິງວ່າລາຄາຈະຫຼຸດຕ່ຳກວ່າ 1.2650 ລະດັບ 100-SMA ໃກ້ 1.2630 ກໍອາດຕ້ານການຫຼຸດລົງໄວ້ ກ່ອນທີ່ຈະເປີດທາງໃຫ້ຜູ້ຂາຍ USDCAD ມຸ່ງໜ້າສູ່ Fibo. 23.6% ໃກ້ 1.2565. ຖ້າລາຄາອ່ອນຕົວຜ່ານ 1.2565 ໄປ ຈຸດຕ່ຳສຸດເດືອນມັງກອນທີ່ 1.2450 ຈະເປັນຈຸດທີ່ຕະຫຼາດຈັບຕາ.
ໂດຍລວມແລ້ວ USDCAD ມີດ່ານຮອງຮັບການຫຼຸດລົງຫຼາຍກວ່າກໍລະນີກົງກັນຂ້າມ ຊຶ່ງອາດດຶງດູດຜູ້ຊື້ໃຫ້ລອງເຂົ້າຊື້ຢ່າງວ່ອງໄວ ຫາກຜົນອອກມາເປັນບວກ.