Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ເຖິງວ່າທົ່ວໂລກຈະຄາດຫວັງໄວ້ແນວນັ້ນ ແຕ່ຄວາມຂັດແຍ່ງຣັດເຊຍ-ຢູເຄຣນກັບຮຸນແຮງຂຶ້ນ ຫຼັງຈາກການເຈລະຈາຢຸດຍິງຮອບທຳອິດ ໂດຍເມືອງໃຫຍ່ຫຼາຍແຫ່ງໃນຢູເຄຣນຖືກລະດົມຍິງຢ່າງໜັກ. ທະນາຄານໂລກຕອບໂຕ້ການກະທຳຂອງຣັດເຊຍຢ່າງເຂັ້ມງວດ ໂດຍຢຸດທຸກໂຄງການຂອງຕົນໃນຣັດເຊຍ ແລະເບລາຣຸດ.
ຂະນະນີ້ເຫັນໄດ້ຊັດວ່າ ຜົນກະທົບທີ່ໜັກໜ່ວງທີ່ສຸດຍັງມາບໍ່ເຖິງ. ຕາມການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກິດແລະສັງຄົມແຫ່ງຊາດຂອງອັງກິດ ວິກິດການໃນຢູເຄຣນອາດເຮັດໃຫ້ຜະລິດຕະພັນມວນລວມພາຍໃນຂອງໂລກຫຼຸດລົງ 1% ພາຍໃນປີ 2023 ແລະເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມຂຶ້ນ 3% ໃນອະນາຄົດອັນໃກ້ນີ້. Mario Centeno ຜູ້ວ່າການທະນາຄານປອກຕຸຍການ ແລະສະມາຊິກສະພາບໍລິຫານທະນາຄານກາງເອີຣົບ ໄດ້ເຕືອນວ່າ ເອີຣົບກຳລັງຈະເກີດພາວະເງິນເຟີ້ສູງຄວບຄູ່ກັບເສດຖະກິດຊຸດໂຊມ ຊຶ່ງໝາຍເຖິງອັດຕາເງິນເຟີ້ສູງ ແລະການເຕີບໂຕທາງເສດຖະກິດຊ້າ.
ຕະຫຼາດມີປະຕິກິລິຍາແນວໃດໃນວັນທີ 3 ມີນາ:
ຕິດຕາມຄວາມປ່ຽນແປງຂອງຕະຫຼາດດ້ວຍການເຂົ້າຮ່ວມ MTrading Copy Trade ພ້ອມກັບເງື່ອນໄຂການຊື້ຂາຍທີ່ດີເລີດ:
ຄັດລອກທຸລະກຳຂອງຜູ້ຊ່ຽວຊານການຊື້ຂາຍແບບອັດຕະໂນມັດໄດ້ແບບທັນທີ ພ້ອມ spread ເປັນສູນໃນ M.Pro!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!