Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ວັນພຸດເບິ່ງຄືວ່າຈະເປັນມື້ທີ່ຕະຫຼາດປ່ຽນທິດທາງ ເມື່ອຄວາມຫວັງດີກ່ອນໜ້ານີ້ເລີ່ມຈາງຫາຍໄປ. ບັນຍາກາດລະມັດລະວັງໜູນໃຫ້ຜົນຕອບແທນພັນທະບັດລັດຖະບານສະຫະລັດຢູ່ໃນລະດັບສູງ ແລະດຶງດູດໃຫ້ຜູ້ຊື້ເງິນໂດລາສະຫະລັດກັບຄືນມາ. ສິ່ງນີ້ກໍ່ໃຫ້ສະກຸນເງິນອື່ນໆທີ່ກຳລັງປັບຕົວຂຶ້ນໂດຍຂາດປັດໄຈບວກສຳຄັນ ປັບຕົວລົງຕາມທີ່ຄາດກັນມາດົນ.
ຄູ່ GBPUSD ບໍ່ສາມາດປັບຕົວຂຶ້ນຕາມຕົວເລກ CPI ຂອງ UK ທີ່ແຂງແກ່ນ ແລະກັບຕົວລົງຈາກແນວຕ້ານສຳຄັນ ຂະນະທີ່ EURUSD ເຄື່ອນຕາມທິດທາງຂາລົງ ທ່າມກາງການຊື້ USD ໃນວົງກວ້າງ.
ລາຄາຄຳຫຼຸດລົງສູ່ລະດັບຕ່ຳສຸດໃນຮອບ 3 ອາທິດ ຂະນະທີ່ນ້ຳມັນດິບປັບຕົວລົງຕໍ່ເນື່ອງ 4 ມື້ ທ່າມກາງບັນຍາກາດຫຼີກລ້ຽງຄວາມສ່ຽງທີ່ກັບມາເກີດຂຶ້ນອີກ.
ຕະຫຼາດຮຸ້ນໃນພູມິພາກອາຊີ-ປາຊີຟິກປິດໃນແດນບວກ ແຕ່ເບິ່ງຄືວ່າແຮງຊື້ອາດຈະອ່ອນລົງ ເມື່ອນັກລົງທຶນເອີຣົບເລີ່ມມື້ຊື້ຂາຍ.
ETHUSD ແລະ BTCUSD ຕ່າງກໍຂາດທຶນຕໍ່ເນື່ອງຈາກມື້ກ່ອນ ທ່າມກາງຄວາມກັງວົນວ່າ Bitcoin ອາດຈະຖືກກຳກັບຄວບຄຸມເພີ່ມເຕີມ.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ຫຼັງຈາກໄດ້ເຫັນຄວາມຫວັງດີທີ່ບໍ່ໜັກແໜ້ນພໍ ນັກລົງທຶນກໍກັບຄືນສູ່ຈຸດທີ່ເໝາະກັບຕົນທີ່ສຸດ ນັ້ນຄືຕະຫຼາດຂາລົງ. ຂະນະທີ່ອັດຕາຜົນຕອບແທນພັນທະບັດຄັງເງິນສະຫະລັດທີ່ສູງຂຶ້ນເປັນແຮງຂັບເຄື່ອນໃຫ້ USD ປັບຕົວຂຶ້ນຫຼ້າສຸດ ຄຳເຫັນແບບເຂັ້ມງວດຂອງ Fed ແລະຂໍ້ມູນເງິນເຟີ້ຈາກ UK ແລະ Eurozone ທີ່ດີກວ່າຄາດ ກໍເພີ່ມຄວາມກັງວົນຂອງຕະຫຼາດ ຈາກຄວາມສ່ຽງທີ່ຈະມີການຂຶ້ນອັດຕາດອກເບ້ຍອີກ ທ່າມກາງຄວາມກັງວົນເລື່ອງພາວະເສດຖະກິດຖົດຖອຍ. ຈຳນວນຜູ້ຕິດເຊື້ອໂຄໂຣນາໄວຣັສໃນຈີນທີ່ສູງສຸດໃນຮອບ 4 ເດືອນ ແລະການສູ້ຮົບຢ່າງດຸເດືອດຂອງຣັດເຊຍໃນຢູເຄຣນ ກໍເປັນປັດໃຈເພີ່ມເຕີມທີ່ດຶງດູດຜູ້ຊື້ເງິນໂດລາ.
ໃນອີກດ້ານໜຶ່ງ ຜູ້ກຳນົດນະໂຍບາຍຂອງຍີ່ປຸ່ນຍັງຄົງກ່າວເຖິງຄວາມສາມາດໃນການປົກປ້ອງເງິນເຢນ ໂດຍບໍ່ໄດ້ລົງມືເຮັດຫຼາຍຢ່າງ. ແນວໃດກໍຕາມ ການແຊກແຊງດ້ວຍຄຳເວົ້າເບິ່ງຄືວ່າຊ່ວຍຈຳກັດແຮງຊື້ຂຶ້ນຂອງ USDJPY ໃນໄລຍະຫຼັງນີ້.
ດັດຊະນີ CPI ຂອງ UK ປັບຂຶ້ນສູງສຸດໃນຮອບຫຼາຍປີ ແລະກົດດັນໃຫ້ BOE ປະກາດຂຶ້ນອັດຕາດອກເບ້ຍແຮງກວ່າເກົ່າ ນອກຈາກມາດຕະການຫຼຸດຂະໜາດງົບດຸນ (QT). ແຕ່ວິກິດການທາງການເມືອງໃນປະເທດກໍກົດດັນເງິນປອນ.
ນອກຈາກນັ້ນ ຄວາມພ້ອມຂອງລັດຖະບານ Biden ທີ່ຈະປ່ອຍນ້ຳມັນຈາກຄັງສຳຮອງຍຸດທະສາດເພີ່ມເຕີມ ກໍກົດດັນລາຄານ້ຳມັນ ນອກຈາກຜົນກະທົບຈາກເງິນໂດລາສະຫະລັດທີ່ແຂງຄ່າຂຶ້ນ.
ໃນຕະຫຼາດອື່ນ ລາຍງານທີ່ລະບຸວ່າການໃຊ້ພະລັງງານຂອງ Bitcoin ເພີ່ມຂຶ້ນຫຼາຍກວ່າ 40% ຊີ້ໃຫ້ເຫັນຄວາມກັງວົນວ່າສະກຸນເງິນຄຣິບໂຕຊັ້ນນຳອາດຖືກກຳກັບຄວບຄຸມເພີ່ມເຕີມ ແລະກົດດັນ BTCUSD ລວມທັງ ETHUSD.
ຊື້ຢ່າງແຂງແຮງ: USDJPY
⏬ 🔴 ສັນຍານຂາຍແຮງ: ETHUSD
ຊື້: USD Index, USDCAD, Nasdaq, EURUSD
ຂາຍ: DAX, FTSE 100, ຄຳ, BTCUSD, AUDUSD
ຕໍ່ຈາກນັ້ນ ຂໍ້ມູນເງິນເຟີ້ຂອງການາດາ ແລະຂ່າວຄວາມຄືບໜ້າກ່ຽວກັບອະນາຄົດຂອງ Liz Truss ໃນຖານະຜູ້ນຳປະເທດອັງກິດ ອາດດຶງຄວາມສົນໃຈຂອງນັກຊື້ຂາຍ. ແຕ່ສິ່ງທີ່ຈະໄດ້ຮັບຄວາມສົນໃຈຫຼາຍທີ່ສຸດແມ່ນຜົນຕອບແທນ ເພາະກັບມາຢູ່ໃນລະດັບສູງສຸດໃນຮອບຫຼາຍປີ ທີ່ເຄີຍເຮັດໄວ້ໃນຕົ້ນອາທິດ. ຖ້າຜົນຕອບແທນພັນທະບັດຂຶ້ນໄປເຮັດສະຖິຕິສູງສຸດໃໝ່ ເງິນໂດລາສະຫະລັດອາດຟື້ນຕົວຕໍ່ຈາກການດີດຕົວຂຶ້ນຫຼ້າສຸດ ແລະອາດກົດດັນລາຄາສະກຸນເງິນ ສິນຄ້າໂພກພັນ ລວມທັງສະກຸນເງິນຂອງອົດສະຕຣາລີແລະນິວຊີແລນ.
ຮັບປະໂຫຍດຈາກແນວໂນ້ມຕະຫຼາດກັບ ໂບຣກເກີທີ່ດີທີ່ສຸດໃນພາກພື້ນອາຊີ-ປາຊີຟິກ. ພວກເຮົາມີເງື່ອນໄຂການຊື້ຂາຍທີ່ດີເລີດ, ບໍລິການ Copy Trade ຄຸນນະພາບສູງ ແລະໂຄງການແນະນຳລູກຄ້າ IB ທີ່ໄດ້ຮັບຫຼາຍລາງວັນ.
ຊື້ຂາຍຢ່າງມັ່ນໃຈ ແລະຮັບປະສົບການກັບເງື່ອນໄຂການຊື້ຂາຍທີ່ເໝາະສົມທີ່ສຸດຈາກ MTrading!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!