Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ເຖິງຈະມີສິນຊັບທີ່ຜ່ານການພິສູດມາແລ້ວຫຼາຍຢ່າງໃຫ້ລົງທຶນ, ແຕ່ຄົນດັງກໍຍັງເລືອກລົງທຶນໃນສິ່ງທີ່ແປກປະຫຼາດ ແລະຄາດບໍ່ເຖິງທີ່ສຸດ. Lionel Messi ກອງໜ້າຂອງ PSG ຕັດສິນໃຈເຂົ້າຮ່ວມລົງທຶນໃນເກມຟຸດບອນແຟນຕາຊີ NFT ຂອງຝຣັ່ງ. ນອກຈາກນັ້ນ, La Pulga ລະດັບຕຳນານຈະເປັນທູດແບຣນເພື່ອໂຄສະນາເກມນີ້.
Sorare ເປັນເກມຊື້ຂາຍໂທເຄັນຮູບແບບໃໝ່ ທີ່ພັດທະນາຂຶ້ນເພື່ອສ້າງມາດຕະຖານໃໝ່ໃນການເຊື່ອມໂຍງແຟນບານກັບນັກເຕະຄົນໂປດຂອງພວກເຂົາ. ນອກຈາກນັ້ນ ບໍລິສັດຍັງສັນຍາວ່າຈະມອບປະສົບການໃໝ່ໃຫ້ແຟນບານ. ນີ້ແມ່ນເຫດຜົນທີ່ພວກເຂົາຕັດສິນໃຈເຊີນ Messi ເຂົ້າຮ່ວມທີມໂຄສະນາໃນຖານະທູດປະຈຳແບຣນ.
ຊາວອາເຈນຕິນາຜູ້ນີ້ບໍ່ໄດ້ເປັນພຽງໃບໜ້າຂອງແບຣນເທົ່ານັ້ນ. ລາວຍັງໄດ້ຖືຫຸ້ນໃນເກມບໍລິຫານທີມບານເຕະແບບແຟນຕາຊີອີກດ້ວຍ. ຜູ້ບໍລິຫານຂອງບໍລິສັດເຊື່ອວ່າການຮ່ວມມືຄັ້ງນີ້ຈະກາຍເປັນຈຸດສຳຄັນຄັ້ງໃຫຍ່ຂອງໂຄງການໃນອະນາຄົດ. ອີກຢ່າງໜຶ່ງ ມີລາຍງານວ່າ Lionel ບໍ່ຂໍເປີດເຜີຍຂະໜາດການຖືຫຸ້ນ ຫຼືເງື່ອນໄຂພິເສດອື່ນໆ.



ແນວຄິດຂອງເກມນີ້ກໍງ່າຍດາຍຫຼາຍ. ຜູ້ຫຼິ້ນສາມາດສວມບົດບາດເປັນຜູ້ຈັດການ ເພື່ອຄຸມທີມ, ຊື້ແລະຂາຍນັກເຕະ ພ້ອມທັງເຂົ້າຮ່ວມທົວນາເມັນບານເຕະແບບແຟນຕາຊີ.
ພວກເຂົາສາມາດຊື້ຂາຍບັດດິຈິຕອນ (ໂທເຄັນແລະ NFT) ທີ່ບໍ່ສາມາດທົດແທນກັນໄດ້. ບັດເຫຼົ່ານີ້ຢູ່ໃນຮູບແບບລາຍການສະສົມດິຈິຕອນ ໂດຍມີການຕິດຕາມກຳມະສິດເທິງ blockchain ເພື່ອສ້າງຄວາມຫາຍາກໃນຮູບແບບດິຈິຕອນໃຫ້ແຕ່ລະລາຍການ. ບໍລິສັດຍັງວາງແຜນຈະເຂົ້າສູ່ວົງການເບສບອນແລະບານບ້ວງອີກດ້ວຍ.
ເມື່ອມີໂທເຄັນແລະຫຼຽນຫຼາຍປະເພດເກີດຂຶ້ນ ນັກລົງທຶນຄວນລະມັດລະວັງຢ່າງຫຼາຍໃນການເລືອກສິນຊັບທີ່ຈະລົງທຶນ. ພວກເຮົາແທບຈະຄາດເດົາບໍ່ໄດ້ວ່າ Sorare ຈະປະສົບຜົນສຳເລັດຫຼືບໍ່. ສິ່ງທີ່ພວກເຮົາຮູ້ແນ່ນອນກໍຄື ການຊື້ຂາຍຕາມເຄື່ອງມືທີ່ຜ່ານການພິສູດແລ້ວ ເຊັ່ນ BTCUSD.c ແລະດັດຊະນີອື່ນໆ ພາຍໃຕ້ເງື່ອນໄຂການຊື້ຂາຍທີ່ດີທີ່ສຸດໃນອຸດສາຫະກຳ ຍັງເປັນທາງເລືອກທີ່ດີກວ່າ.