Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ຜູ້ຄ້າທົ່ວໂລກກຽມຮັບມືກັບການຂຶ້ນອັດຕາດອກເບ້ຍຢ່າງຮຸນແຮງຂອງ Fed ພ້ອມກັບຫຼຸດຜ່ອນການຂາດທຶນຫຼ້າສຸດໃນຊ່ວງເຊົ້າວັນອັງຄານ ຫຼັງຈາກທີ່ມີຄວາມກັງວົນໃນແງ່ລົບຕໍ່ເງິນເຟີ້ແລະຄວາມສ່ຽງດ້ານການເຕີບໂຕມາຫຼາຍມື້.
ການປັບຕົວລົງໃນລະຫວ່າງທາງຊ່ວຍໃຫ້ຝ່າຍຊື້ USD ໄດ້ພັກຫາຍໃຈໃກ້ລະດັບສູງສຸດນັບແຕ່ປີ 2002 ຂະນະທີ່ຜົນຕອບແທນພັນທະບັດຄັງເງິນສະຫະລັດກໍຫຼຸດລົງຈາກຈຸດສູງສຸດໃນເກືອບ 2 ທົດສະວັດ ທີ່ເຮັດໄວ້ໃນມື້ກ່ອນ.
ເຖິງຢ່າງນັ້ນ ຮຸ້ນໃນພູມິພາກເອເຊຍ-ປາຊີຟິກຍັງຢູ່ໃນແດນລົບ ໂດຍຕິດຕາມສັນຍານຕະຫຼາດຫມີຈາກ Wall Street. ສ່ວນຮຸ້ນໃນເອີຣົບແລະອັງກິດປັບຂຶ້ນເລັກນ້ອຍ ຕາມສັນຍາລ່ວງໜ້າຂອງຮຸ້ນສະຫະລັດ.
ລາຄາຄຣິບໂຕແລະນ້ຳມັນດິບປັບຂຶ້ນຕາມການອ່ອນຄ່າຂອງໂດລາສະຫະລັດ ຂະນະທີ່ລາຄາຄຳຟື້ນຕົວຫຼັງຈາກຫຼຸດລົງລາຍວັນໜັກທີ່ສຸດໃນຮອບ 3 ເດືອນ. ສະກຸນເງິນກຸ່ມ Antipodean ກໍຢູ່ໃນແດນບວກ ເຖິງແມ່ນສະຖານະການໂຄວິດໃນຈີນຈະຮ້າຍແຮງຂຶ້ນ.



ຕາມສັນຍາຟິວເຈີສອັດຕາດອກເບ້ຍ Fed Fund ທີ່ສະທ້ອນໂອກາດຫຼາຍກວ່າ 90% ທີ່ Fed ຈະປັບຂຶ້ນອັດຕາດອກເບ້ຍ 75 bp ໃນວັນພຸດ, ນັກຊື້ຂາຍເບິ່ງຄືວ່າກຳລັງກຽມຮັບມືກັບການປັບຂຶ້ນຄັ້ງໃຫຍ່ ຫຼືອາດຈະສົງໄສຕໍ່ການປັບຂຶ້ນນັ້ນ ຈຶ່ງຖອຍອອກມາກ່ອນ.
ຄວາມກັງວົນກ່ອນ Fed ຊ່ວຍໃຫ້ສັນຍາລ່ວງໜ້າຂອງຮຸ້ນສະຫະລັດຟື້ນຕົວຈາກຈຸດຕ່ຳສຸດຂອງປີ ຂະນະທີ່ຜົນຕອບແທນພັນທະບັດຄັງເງິນສະຫະລັດກໍຫຼຸດລົງຈາກຈຸດສູງສຸດໃນຮອບກວ່າ 10 ປີ. ດັ່ງນັ້ນ ດັດຊະນີໂດລາສະຫະລັດ (DXY) ຈຶ່ງຢຸດການປັບຂຶ້ນຕໍ່ເນື່ອງ 4 ມື້ ແລະຊ່ວຍໃຫ້ລາຄາສະກຸນເງິນກຸ່ມ Antipodean ລວມທັງສິນຄ້າໂພກພັນຟື້ນຕົວ.
ນອກຈາກນີ້ ລາຄາຄຳຟື້ນຕົວຈາກຈຸດຕ່ຳສຸດຂອງເດືອນ ແລະລາຄານ້ຳມັນປັບຂຶ້ນເປັນມື້ທີສອງຕິດຕໍ່ກັນ ຫຼັງຈາກປະທານາທິບໍດີສະຫະລັດ Joe Biden ສະແດງຄວາມພ້ອມທີ່ຈະໄປຢ້ຽມຢາມອິສຣາແອລແລະຊາອຸດີອາຣະເບຍ ເຮັດໃຫ້ຄວາມກັງວົນກ່ຽວກັບການເຈລະຈາຈີນ-ສະຫະລັດໃນອະນາຄົດກັບມາອີກ.
ໃນອີກດ້ານໜຶ່ງ ຈຳນວນຜູ້ຕິດໂຄວິດໃນປັກກິ່ງເພີ່ມຂຶ້ນສູງສຸດໃນຮອບ 3 ອາທິດ ແລະຫຼຸດຄວາມມອງໃນແງ່ດີໃນເອເຊຍ-ປາຊີຟິກ. ສັນຍານຕະຫຼາດຫມີຈາກ S&P 500 ກໍເປັນອີກປັດໄຈທີ່ກົດດັນຝ່າຍຊື້ຮຸ້ນ ຫຼັງດັດຊະນີຫຼຸດລົງ 20% ຈາກຈຸດສູງສຸດລ່າສຸດ.
ລາຄາຄຣິບໂຕປັບຂຶ້ນຈາກສັນຍານການເພີ່ມຂຶ້ນຂອງປະລິມານ NFT ເກີດເປັນການຟື້ນຕົວຈາກແຮງກົດດັນ ຫຼັງຈາກ BTCUSD ຫຼຸດລົງສູ່ລະດັບຕ່ຳສຸດໃນຮອບ 2 ປີ ຂະນະທີ່ ETHUSD ຟື້ນຕົວຈາກລະດັບຕ່ຳສຸດນັບແຕ່ຕົ້ນປີ 2021.
⏫ 🟢 ສັນຍານຊື້ແຮງ: USDCAD, USDTRY ແລະ USDCNY
⏬ 🔴 ຂາຍແຮງ: Nasdaq, ເງິນ, ETHUSD, ນ້ຳມັນ Brent
⬆️ 🟢 ຊື້: USD Index, USDJPY
⬇️ 🔴 ຂາຍ: DAX, FTSE 100, ຄຳ, BTCUSD
ດ້ວຍເຫດທີ່ຕະຫຼາດຫາກໍ່ເຄື່ອນໄຫວຢູ່ໃນຂອບແຄບ ແລະບໍ່ມີຂໍ້ມູນຫຼືເຫດການສຳຄັນຫຼາຍ, ການເຄື່ອນໄຫວປັບຖານອາດດຶງດູດນັກຊື້ຂາຍທີ່ມອງລາຄາຂຶ້ນໃນລະຫວ່າງວັນ. ແຕ່ກໍຍັງບໍ່ອາດຕັດໂອກາດທີ່ລາຄາຂອງສິນຊັບສ່ຽງສູງຈະປັບຕົວລົງ ຈາກຄວາມກັງວົນຕໍ່ທ່າທີເຂັ້ມງວດຂອງທະນາຄານກາງ.
ຮ່ວມກັບ MTrading Copy Trade ແລະຕິດຕາມທິດທາງຕະຫຼາດພ້ອມກັບເງື່ອນໄຂການຊື້ຂາຍຊັ້ນນຳ:
ຄັດລອກລາຍການຊື້ຂາຍຂອງຜູ້ຊ່ຽວຊານແບບອັດຕະໂນມັດແລະທັນທີ ດ້ວຍ spread ເປັນສູນໃນ M.Pro!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!