Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ຫຼັງຈາກປິດທ້າຍອາທິດດ້ວຍທ່າທີໃນແງ່ດີ ວັນຈັນເບິ່ງຄືວ່າເປັນການເລີ່ມຕົ້ນທີ່ດີສຳລັບມື້ຊື້ຂາຍໃນອາທິດນີ້. ຜົນຕອບແທນຍັງຢູ່ໃນລະດັບສູງ ແລະກົດດັນໃຫ້ BOJ ຊື້ພັນທະບັດເພີ່ມຂຶ້ນ ຊຶ່ງສົ່ງແຮງໜຸນ USDJPY ໂດຍທາງອ້ອມ.
ຜູ້ຕິດຕາມສະຖານະການຣັດເຊຍ-ຢູເຄຣນມີຄວາມຫວັງວ່າຈະມີການຢຸດຍິງ ເຖິງແມ່ນວ່າຫຼ້າສຸດຈະມີເຫດການຕຶງຄຽດໃນ Mariupol ແລະ Bucha.
ດັດຊະນີເງິນເຟີ້ຂອງອົດສະຕຣາລີເພີ່ມຂຶ້ນໃນເດືອນມີນາຫຼາຍທີ່ສຸດນັບຕັ້ງແຕ່ເດືອນສິງຫາ 2020 ເຮັດໃຫ້ AUDUSD ປັບຕົວສູງຂຶ້ນ ທ່າມກາງຄວາມຫວັງທີ່ໜັກແໜ້ນຂຶ້ນວ່າ RBA ຈະດຳເນີນມາດຕະການ.
ສະຖານະການ COVID ໃນຈີນຮ້າຍແຮງຂຶ້ນ ແລະ Evergrande ກໍພະຍາຍາມບັ່ນທອນບັນຍາກາດຕະຫຼາດ ແຕ່ຄວາມຫວັງວ່າຈະມີການຜ່ອນຄາຍມາດຕະການເພີ່ມຕື່ມ ຍັງຊ່ວຍໜູນຕະຫຼາດຫຸ້ນໃນອາຊີ ແລະອັງກິດ.
ລາຄາຄຳປັບຖານຫຼັງຈາກຂາດທຶນໃນອາທິດກ່ອນ ຂະນະທີ່ ETH/USD ຖອຍລົງຈາກຈຸດສູງສຸດໃນຮອບ 3 ເດືອນ. ນອກນັ້ນ BTC/USD ກໍຫຼຸດກຳໄລລົງບາງສ່ວນ ໃນຊ່ວງການຊື້ຂາຍທີ່ບໍ່ຄຶກຄັກ.
ຕໍ່ໄປນີ້ແມ່ນລາຍງານລະອຽດຜົນການເຄື່ອນໄຫວຂອງສິນຊັບການເງິນຫຼັກ:



ຄຳກ່າວຈາກຢູເຄຣນແລະຣັດເຊຍໃນຊ່ວງຫຼ້າສຸດ ໄດ້ສ້າງຄວາມຫວັງວ່າຈະມີຂໍ້ຕົກລົງສັນຕິພາບລະຫວ່າງ Kyiv ແລະ Moscow ໂດຍທຸກຝ່າຍຈັບຕາເບິ່ງການພົບປະກັນໂດຍກົງລະຫວ່າງປະທານາທິບໍດີຢູເຄຣນ Zelenskyy ແລະປະທານາທິບໍດີ Putin ຂອງຣັດເຊຍ. ຂ່າວນີ້ຊ່ວຍໜູນບັນຍາກາດຕະຫຼາດໄດ້ດີ ແລະສົ່ງແຮງໜູນໃຫ້ສິນຊັບທີ່ມີຄວາມສ່ຽງສູງກວ່າ ເຊັ່ນ ຫຸ້ນ, ສິນຄ້າໂພກພັນ ແລະສະກຸນເງິນຂອງອົດສະຕຣາລີແລະນິວຊີແລນ.
ແນວໃດກໍຕາມ ຄວນສັງເກດວ່າຜົນຕອບແທນພັນທະບັດ Treasury ທີ່ສູງຍັງກົດດັນຜູ້ຂາຍເງິນໂດລາສະຫະລັດ ເຖິງແມ່ນວ່າດັດຊະນີເງິນໂດລາຈະຫຼຸດລົງຫຼ້າສຸດ. ອັດຕາຄູປອງພັນທະບັດທີ່ສູງຂຶ້ນຍັງກົດດັນໃຫ້ທະນາຄານກາງຍີ່ປຸ່ນ (BOJ) ດຳເນີນນະໂຍບາຍຜ່ອນຄາຍທາງການເງິນເພີ່ມຕື່ມ ເພື່ອປົກປ້ອງເປົ້າໝາຍຜົນຕອບແທນ ຊຶ່ງຫຼ້າສຸດໄດ້ຮັບການສະໜັບສະໜູນຈາກເຈົ້າໜ້າທີ່ການເມືອງລະດັບສູງຜູ້ໜຶ່ງ.
ຂໍ້ມູນຈາກອົດສະຕຣາລີຊ່ວຍໜູນລາຄາ AUDUSD ເພີ່ມເຕີມ ແຕ່ສະຖານະການ COVID ໃນຈີນແລະຂ່າວຂອງ Evergrande ໄດ້ທົດສອບຄວາມໝັ້ນໃຈຂອງຝ່າຍຂາຊື້.
ລາຄາຄຳກຳລັງຟື້ນຕົວຈາກການຂາດທຶນ ຂະນະທີ່ລາຄານ້ຳມັນປັບຕົວສູງຂຶ້ນ ທ່າມກາງເງິນ USD ທີ່ອ່ອນຄ່າລົງ ແລະຄວາມຫວັງວ່າຄວາມຕຶງຄຽດທາງພູມິລັດສາດຈະດຳເນີນຕໍ່ໄປ ເຖິງແມ່ນວ່າຣັດເຊຍແລະຢູເຄຣນຈະຢຸດຍິງກັນກໍຕາມ.
ຫຸ້ນໃນອາຊີ-ປາຊີຟິກເຄື່ອນໄຫວຕາມຜົນການຊື້ຂາຍຂອງ Wall Street ໃນວັນສຸກ ແລະຫຸ້ນໃນລອນດອນແລະບຣຸກແຊນມີຜົນງານໂດດເດັ່ນໃນຊ່ວງຕົ້ນມື້.
ບັນຍາກາດຮັບຄວາມສ່ຽງຍັງດຳເນີນຕໍ່ ໂດຍລາຄາຄ່ອຍໆປັບຂຶ້ນ ແຕ່ລາຄານ້ຳມັນດິບແລະຄຳເຄື່ອນໄຫວຕ່າງກັນທ່າມກາງຄວາມກັງຂາ:
⏫ 🟢 ຊື້ແຮງ: DAX, FTSE 100 ແລະ BTC/USD
⏬ 🔴 ຂາຍແຮງ: DOW JONES, S&P 500
⬆️ 🟢 ຊື້: ດັດຊະນີ USD, ETH/USD, Nasdaq
⬇️ 🔴 ຂາຍ: ນ້ຳມັນ Brent, ເງິນ, ຄຳ
ຜູ້ຕິດຕາມຕະຫຼາດທົ່ວໂລກຄວນຈັບຕາຂ່າວກ່ຽວກັບສົງຄາມຣັດເຊຍ-ຢູເຄຣນ, ສະຖານະການໂຄໂຣນາໄວຣັສໃນຈີນ ແລະການເຈລະຈາຂໍ້ຕົກລົງນ້ຳມັນກັບອີຣ່ານ ເພື່ອຫາທິດທາງທີ່ຊັດເຈນ ໃນຂະນະທີ່ຕະຫຼາດເລີ່ມຕົ້ນອາທິດຢ່າງບໍ່ຄຶກຄື້ນ. ແນວໂນ້ມຕະຫຼາດມີໂອກາດຈະເປັນບວກເລັກນ້ອຍຕໍ່ໄປ ແລະອາດຊ່ວຍໃຫ້ສິນຊັບທີ່ມີຄວາມສ່ຽງສູງຍັງແຂງແຮງ. ຄວນສັງເກດວ່າສະກຸນເງິນຄຣິບໂຕອາດປັບຕົວລົງ ໂດຍສະເພາະ ETH ເພາະເບິ່ງຄືວ່າແຮງຊື້ເລີ່ມໝົດລົງ.
ກ້າວໄປຕາມກະແສການປ່ຽນແປງຂອງຕະຫຼາດ ໂດຍເຂົ້າຮ່ວມ MTrading Copy Trade ພ້ອມເງື່ອນໄຂການຊື້ຂາຍຊັ້ນນຳ:
ຄັດລອກລາຍການຊື້ຂາຍຂອງຜູ້ຊຳນານດ້ານການຊື້ຂາຍແບບອັດຕະໂນມັດແບບທັນທີ ດ້ວຍ spread ເປັນສູນໃນ M.Pro!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!