Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ເນື່ອງຈາກຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນຍັງບໍ່ມີທ່າທີວ່າຈະຢຸດລົງໃນໄວໆນີ້ ແລະຊາດຕາເວັນຕົກກຳລັງຈະຫ້າມນຳເຂົ້ານ້ຳມັນຈາກຣັດເຊຍທັງໝົດ ຕະຫຼາດຈຶ່ງຍັງຟື້ນຕົວຈາກຄວາມຕົກໃຈຄັ້ງຫຼ້າສຸດບໍ່ໄດ້. ສັບປະດາເລີ່ມຕົ້ນດ້ວຍລາຄາແກັສທີ່ເພີ່ມຂຶ້ນອີກ ຈົນເຮັດສະຖິຕິສູງສຸດເປັນປະຫວັດການ: ຫຼາຍກວ່າ $2,800 ຕໍ່ 1,000 ແມັດກ້ອນ. ຕໍ່ມາ ຮຸ້ນເອີຣົບດິ່ງລົງແຮງ ໄປຢູ່ໃນແດນລົບ ແລະແຕະລະດັບຕ່ຳສຸດໃນຮອບ 1 ປີ.
ການເປີດເສັ້ນທາງມະນຸດສະທຳໂດຍຣັດເຊຍເພື່ອໃຫ້ພົນລະເຮືອນຊາວຢູເຄຣນເດີນທາງອອກ ອາດຊ່ວຍຄີ່ຄາຍສະຖານະການໄດ້. ແຕ່ມາດຕະການຂວ້ຳບາດຍັງຄົງເພີ່ມຂຶ້ນ ໂດຍສະພາຄອງເກຣັສສະຫະລັດກຳລັງພິຈາລະນາຂັບຣັດເຊຍອອກຈາກອົງການການຄ້າໂລກ. ຂະນະດຽວກັນ ການເຕີບໂຕຂອງການສົ່ງອອກຈາກຈີນກໍຊ້າລົງ. ວິກິດການເງິນເຟີ້ ແລະການບໍລິໂພກທົ່ວໂລກເປັນຄວາມຈິງທີ່ຫຼີກລ່ຽງບໍ່ໄດ້ ດັ່ງນັ້ນ ການຄາດຄະເນໃນມື້ນີ້ຈຶ່ງຄ່ອນຂ້າງໃນແງ່ຮ້າຍ.
ເບິ່ງວ່າສິນຊັບຫຼັກເລີ່ມຕົ້ນສັບປະດາແນວໃດ:
ຄວາມກົດດັນໃນຕະຫຼາດຍັງຄົງຮຸນແຮງ ເຊິ່ງສ້າງໂອກາດທັງໃນທິດທາງຂາຂຶ້ນແລະຂາລົງ. ເບິ່ງແນວໂນ້ມທີ່ລະບຸໄວ້ໃນວັນທີ 7 ມີນາ.
ຮັບປະໂຫຍດຈາກແນວໂນ້ມຕະຫຼາດກັບ ໂບຣກເກີທີ່ດີທີ່ສຸດໃນພາກພື້ນອາຊີ-ປາຊີຟິກ. ພວກເຮົາມີເງື່ອນໄຂການຊື້ຂາຍທີ່ດີເລີດ, ບໍລິການ Copy Trade ຄຸນນະພາບສູງ ແລະໂຄງການແນະນຳລູກຄ້າ IB ທີ່ໄດ້ຮັບຫຼາຍລາງວັນ.
ຊື້ຂາຍຢ່າງມັ່ນໃຈ ແລະຮັບປະສົບການກັບເງື່ອນໄຂການຊື້ຂາຍທີ່ເໝາະສົມທີ່ສຸດຈາກ MTrading!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!