ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ຜູ້ຊື້ຄຳກຳລັງຂຶ້ນ ທ່າມກາງຄວາມກັງວົນວ່າ Fed ອາດຜ່ອນທ່າທີลົງ

ຜູ້ຊື້ຄຳກຳລັງຂຶ້ນ ທ່າມກາງຄວາມກັງວົນວ່າ Fed ອາດຜ່ອນທ່າທີลົງ

ພາບລວມຕະຫຼາດ

ຄວາມຮູ້ສຶກຕໍ່ການຊື້ຂາຍເປັນບວກເລັກນ້ອຍ ເນື່ອງຈາກຜູ້ຮ່ວມຕະຫຼາດຕອບຮັບຕໍ່ການປັບຫຼຸດອັດຕາດອກເບ້ຍ 50 ຈຸດພື້ນຖານຂອງທະນາຄານກາງສະຫະລັດ ຈາກການປະຊຸມ FOMC ໃນເດືອນກັນຍາ. ທັດສະນະໃນແງ່ດີນີ້ໄດ້ຮັບການສະໜັບສະໜູນຈາກຖະແຫຼງການຂອງ FOMC ແລະຄຳເຫັນຂອງ Jerome Powell ປະທານ Fed ຊຶ່ງຊີ້ວ່າອາດມີການປັບຫຼຸດອັດຕາດອກເບ້ຍເພີ່ມອີກ ແລະເງິນເຟີ້ອາດຊະລໍຕົວລົງໃນຕໍ່ໜ້າ. ສັນຍາຊື້ຂາຍລ່ວງໜ້າອັດຕາດອກເບ້ຍສະແດງວ່າ ມີໂອກາດ 62% ທີ່ຈະປັບຫຼຸດອັດຕາດອກເບ້ຍ 25 ຈຸດພື້ນຖານໃນເດືອນພະຈິກ ແລະມີໂອກາດ 95% ທີ່ຈະປັບຫຼຸດ 50 ຈຸດພື້ນຖານໃນເດືອນທັນວາ. ແຕ່ການຄາດຄະເນໃນແຜນພູມຈຸດຂອງ Fed ຊີ້ວ່າ ອາດປັບຫຼຸດອັດຕາດອກເບ້ຍລວມ 100 ຈຸດພື້ນຖານພາຍໃນທ້າຍປີ 2024.

ໂດລາສະຫະລັດໄດ້ແຮງໜູນຈາກແນວໂນ້ມ “buy the fact”

ການຫຼຸດອັດຕາດອກເບ້ຍ 0.50% ຂອງ Fed ແລະຄຳເຫັນສ່ວນໃຫຍ່ທີ່ສົ່ງສັນຍານວ່າຈະຜ່ອນຄາຍນະໂຍບາຍການເງິນ ໃນເບື້ອງຕົ້ນໄດ້ກົດດັນດັດຊະນີໂດລາສະຫະລັດ (DXY) ໃຫ້ຫຼຸດລົງສູ່ລະດັບຕ່ຳສຸດໃນຮອບ 14 ເດືອນ ແຕ່ຕໍ່ມາກໍ່ຟື້ນຕົວກັບຄືນ. ໃນຕອນເຊົ້າວັນພະຫັດ ໂດລາສະຫະລັດເລີ່ມຊົງຕົວ ແລະມີແຮງຊື້ເພີ່ມຂຶ້ນຫຼັງຈາກປິດຕະຫຼາດໃນວັນພຸດ. ຕະຫຼາດໄດ້ລວມການຫຼຸດອັດຕາດອກເບ້ຍຂອງ Fed ເຂົ້າໃນລາຄາແລ້ວ ເຮັດໃຫ້ໂດລາສາມາດຊົງຕົວຫຼັງຈາກປັບລົງ ໃນຊ່ວງທີ່ການເຄື່ອນໄຫວຂາດແຮງຊັດເຈນ.

ນອກຈາກການຊົງຕົວນີ້ແລ້ວ ໂດລາສະຫະລັດຍັງໄດ້ຮັບແຮງໜູນຈາກຂ່າວເຊີງລົບກ່ຽວກັບຄວາມສ່ຽງໃນຈີນ ແລະຕາເວັນອອກກາງ. ເມື່ອບໍ່ດົນມານີ້ ຈີນໄດ້ອາຍັດຊັບສິນຂອງ 9 ບໍລິສັດສະຫະລັດ ຂະນະທີ່ອິສຣາແອລມຸ່ງໝັ້ນກຳຈັດກຸ່ມຮາມາສ ແລະກອງກຳລັງທີ່ອີຣ່ານໜູນຫຼັງ ເຖິງແມ່ນວ່າຈະສ່ຽງທຳລາຍການເຈລະຈາສັນຕິພາບກໍຕາມ.

ສະກຸນເງິນຫຼັກອື່ນໆຄືນກຳໄລບາງສ່ວນທີ່ໄດ້ຮັບຈາກ Fed

EURUSD ຂຶ້ນເຖິງລະດັບສູງສຸດປະຈຳເດືອນ ຫຼັງຈາກ Fed ຫຼຸດອັດຕາດອກເບ້ຍ ແຕ່ປິດມື້ດ້ວຍກຳໄລເລັກນ້ອຍ ເມື່ອ Francois Villeroy de Galhau ຜູ້ກຳນົດນະໂຍບາຍຂອງ ECB ສົ່ງສັນຍານວ່າ ECB ອາດຫຼຸດອັດຕາດອກເບ້ຍຕື່ມ. ໃນທຳນອງດຽວກັນ USDJPY ປັບລົງເລັກນ້ອຍ ແລະບໍ່ສາມາດຮັບປະໂຫຍດໄດ້ຫຼາຍຈາກຄວາມແຕກຕ່າງລະຫວ່າງທະນາຄານກາງຍີ່ປຸ່ນກັບ Fed ເນື່ອງຈາກຍີ່ປຸ່ນຍັງຄົງການປະເມີນພາບລວມເສດຖະກິດໄວ້ຕາມເດີມໃນລາຍງານສະບັບລ່າສຸດ.

ໃນຂະນະດຽວກັນ GBPUSD ປັບຂຶ້ນແຮງເຖິງລະດັບສູງສຸດນັບຕັ້ງແຕ່ຕົ້ນປີ 2022 ແລະປິດມື້ດ້ວຍກຳໄລທີ່ຫຼາຍຂຶ້ນ ໂດຍໄດ້ຮັບແຮງໜູນຈາກຂໍ້ມູນ CPI ຂອງອັງກິດທີ່ສ່ວນໃຫຍ່ເປັນບວກ ແລະຄວາມຄາດຫວັງວ່າທະນາຄານກາງອັງກິດຈະຄົງນະໂຍບາຍການເງິນໄວ້ຕາມເດີມ ຫຼັງຈາກຫຼຸດອັດຕາດອກເບ້ຍໃນຊ່ວງຜ່ານມາ.

ສະກຸນເງິນອົດສະຕຣາລີແລະນິວຊີແລນ, ການຊື້ຂາຍນ້ຳມັນດິບເຄື່ອນໄຫວປະປົນກັນ

ເງິນດອລລານິວຊີແລນ (NZD) ປັບຕົວຂຶ້ນແຂງແຮງທີ່ສຸດເມື່ອທຽບກັບເງິນດອລລາສະຫະລັດ ໃນບັນດາສະກຸນເງິນ G10, ຂະນະທີ່ເງິນດອລລາອົດສະຕຣາລີ (AUD) ກໍຍັງແຂງແຮງ. ປັດໄຈສຳຄັນລວມມີການຫົດຕົວຂອງ GDP ນິວຊີແລນໃນໄຕມາດ 2 ທີ່ໜ້ອຍກວ່າຄາດ ແລະການປ່ຽນແປງການຈ້າງງານຂອງອົດສະຕຣາລີທີ່ດີກວ່າຄາດ.

ໃນຂະນະດຽວກັນ USDCAD ປັບຕົວຂຶ້ນຕິດຕໍ່ກັນ 5 ມື້ ເນື່ອງຈາກລາຄານ້ຳມັນດິບອ່ອນຕົວ ເຊິ່ງເປັນສິນຄ້າສົ່ງອອກສຳຄັນຂອງການາດາ ພ້ອມກັບຄຳເຫັນໃນທ່າທີຜ່ອນຄາຍຈາກທະນາຄານການາດາ (BoC). ແນວໃດກໍຕາມ ຄູ່ເງິນ Loonie ໄດ້ຢຸດພັກແຮງຂຶ້ນໃນຊ່ວງຕົ້ນວັນພະຫັດ.

ນ້ຳມັນດິບປັບຕົວຂຶ້ໄດ້ບໍ່ດີຈາກຄ່າເງິນດອນສະຫະລັດທີ່ອ່ອນຄ່າລົງ ໂດຍປັບຕົວຂຶ້ນເພີນ້ອຍບໍ່ດົນ ທ່າมກາງຄວາມກັງວົນເກີ່ຍວກັບການເຕີບໂຕທາງເສດຖະກິດທົ່ວໂລກ ແລະປະລິມານການສະຫນອງຈາກ OPEC+ ທີ່ເພີ່ມຂຶ້ນ. ນໍ່ໄດ້ໃຫ້ຄວາມສໍາຄັນກັບການຫຼຸດລົງຂອງສະຕັອກນ້ຳມັນດິບຂອງສະຫະລັດລາຍສັປດາຫຼໍໄປ ຊຶ່ງຫຼາຍກວ່າທີ່ຄາດການໄວ້.

ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ຄຳປະເຊີນຄວາມຫຍຸ້ງຍາກໃນການຄົງສະຖານະສິນຊັບປອດໄພ

ລາຄາຄຳພຸ່ງຂຶ້ນເຖິງລະດັບສູງສຸດເປັນປະຫວັດການທີ່ $2,600 ຫຼັງຈາກ FOMC ປະກາດຜົນໄດ້ບໍ່ດົນ ແຕ່ພໍຮອດທ້າຍວັນພຸດ ລາຄາກໍຫຼຸດລົງຕິດຕໍ່ກັນເປັນວັນທີ 2. ໃນຊ່ວງເຊົ້າວັນພະຫັດ ລາຄາຄຳຟື້ນຕົວຂຶ້ນ ໂດຍມີເປົ້າໝາຍທີ່ຈະຂຶ້ນໄປທົດສອບລະດັບສູງສຸດຂອງມື້ກ່ອນ ເຖິງແມ່ນວ່າເງິນໂດລາສະຫະລັດຈະຟື້ນຕົວຫຼັງຈາກ Fed ຫຼຸດອັດຕາດອກເບ້ຍລົງ 50 ຈຸດພື້ນຖານກໍຕາມ. ການຟື້ນຕົວຄັ້ງລ່າສຸດນີ້ເບິ່ງຄືວ່າເກີດຈາກຄວາມບໍ່ແນ່ນອນຂອງຕະຫຼາດກ່ຽວກັບກ້າວຕໍ່ໄປຂອງ Fed ພ້ອມກັບຄວາມກັງວົນຕໍ່ການຫຼຸດອັດຕາດອກເບ້ຍທີ່ອາດເກີດຂຶ້ນ, ຄວາມຕຶງຄຽດທາງການຄ້າ ແລະບັນຫາພູມລັດສາດ.

ສະກຸນເງິນດິຈິຕອນຕອບຮັບດີຕໍ່ການຫຼຸດອັດຕາດອກເບ້ຍຂອງ Fed

Bitcoin (BTCUSD) ແລະ Ethereum (ETHUSD) ປັບຕົວຂຶ້ນຕິດຕໍ່ກັນເປັນມື້ທີ 3 ໂດຍໄດ້ຮັບແຮງໜູນຈາກການຫຼຸດອັດຕາດອກເບ້ຍ 0.50% ຂອງທະນາຄານກາງສະຫະລັດ ແລະຄວາມຄາດຫວັງວ່າອັດຕາດອກເບ້ຍຈະຫຼຸດລົງໃນອະນາຄົດ.

ການເຄື່ອນໄຫວລ່າສຸດຂອງສິນຊັບສຳຄັນ

  • ນ້ຳມັນດິບ WTI ຢຸດທ່າອ່ຽງຂາລົງຕໍ່ເນື່ອງ 2 ມື້ ໂດຍປັບຂຶ້ນຫຼາຍກວ່າ 1.0% ໃນລະຫວ່າງມື້ ມາຢູ່ໃກ້ $70.00 ໃນເວລາລາຍງານ
  • ລາຄາຄຳຟື້ນຕົວຈາກການຖອຍລົງຫຼັງແຕະລະດັບສູງສຸດຕະຫຼອດການ ແລະປັບຂຶ້ນໃນມື້ນີ້ເປັນຄັ້ງທຳອິດໃນ 3 ມື້ ໂດຍລ່າສຸດຢູ່ທີ່ປະມານ $2,5654.
  • ດັດຊະນີ USD ຂາດແຮງຊື້ຂຶ້ນ ແຕ່ຍັງຮັກສາການຟື້ນຕົວແກ້ໄຂໃນຊ່ວງທ້າຍວັນພຸດ ຫຼັງດີດຕົວຈາກຈຸດຕ່ຳສຸດໃນຮອບຫຼາຍເດືອນ.
  • ຕະຫຼາດ Wall Street ປິດລົບເລັກນ້ອຍ ຫຼັງຢຸດແນວໂນ້ມຂາຂຶ້ນຕິດຕໍ່ກັນ 7 ມື້, ແຕ່ຮຸ້ນໃນພູມິພາກອາຊີ-ປາຊີຟິກຂະຍັບຂຶ້ນ. ໃນໄລຍະຜ່ານມາ ຮຸ້ນເອີຣົບແລະອັງກິດຍັງຂາດທິດທາງທີ່ຊັດເຈນ.
  • BTCUSD ແລະ ETHUSD ປັບຕົວຂຶ້ນຕິດຕໍ່ກັນເປັນມື້ທີ 3 ຢູ່ທີ່ປະມານ $62,200 ແລະ $2,420 ຕາມລໍາດັບ.

ຈັບຕາ BoE, BoJ ແລະຂໍ້ມູນສະຫະລັດລະດັບປານກາງ ໃນສັບປະດາທີ່ຄາດວ່າຈະຊົບເຊົາ

ໃນໄລຍະຕໍ່ໄປປະກາດນະໂຍບາຍການເງິນຈາກ BoE ແລະ BoJ ພ້ອມກັບຂໍ້ມູນສະຫະລັດລະດັບຮອງ ຈະເປັນທີ່ຈັບຕາຂອງນັກຊື້ຂາຍຕາມແຮງໂນ້ມອຽງ. ແຕ່ຄາດວ່າຈະບໍ່ມີການປ່ຽນແປງສຳຄັນ ດັ່ງນັ້ນແນວໂນ້ມໃນປັດຈຸບັນອາດຈະສືບຕໍ່. ເງິນໂດລາສະຫະລັດອາດຟື້ນຕົວຈາກການອ່ອນຄ່າບາງສ່ວນຫຼັງການປະຊຸມ Fed ເຊິ່ງອາດສົ່ງຜົນຕໍ່ສິນຄ້າໂພກພັນ ແລະສະກຸນເງິນອອສເຕຣເລຍກັບນິວຊີແລນ. ຂະນະທີ່ GBPUSD ແລະ USDJPY ອາດມີທ່າທີລະມັດລະວັງ. ທ່າມກາງຄວາມບໍ່ແນ່ນອນນີ້ ຄາດວ່າລາຄາຄຳຈະຍັງຄົງຕົວ.

ການຄາດຄະເນສຳລັບສິນຊັບຫຼັກ

  • ຄາດວ່າຈະຟື້ນຕົວ: USDCAD, USDJPY, ໂດລາສະຫະລັດ, ເງິນ
  • ຄາດວ່າຈະປັບຕົວລົງຕໍ່: AUDUSD, NZDUSD, GBPUSD
  • ຄາດວ່າລາຄາຈະເຄື່ອນໄຫວອອກຂ້າງເປັນສ່ວນໃຫຍ່: BTCUSD, ETHUSD, Nasdaq, Gold, DJI30, USDCNH
  • ຄາດວ່າຈະຫຼຸດລົງຢ່າງຊ້າໆ & ແລະຄ່ອຍໆ: DAX, FTSE 100, EURUSD, Crude Oil

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!