Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

Wall Street ມີຄວາມຢ້ານກົວສູງສຸດ

Wall Street ມີຄວາມຢ້ານກົວສູງສຸດ

Wall Street ບໍ່ເຄີຍເຫັນຄວາມຢ້ານກົວໃນລະດັບນີ້ໃນບັນດານັກຊື້ຂາຍຮຸ້ນ ນັບຕັ້ງແຕ່ເດືອນມິຖຸນາ. ວິກິດການຄ່າເງິນທີ່ອາດເກີດຂຶ້ນ, ອັດຕາດອກເບ້ຍທີ່ສູງຂຶ້ນ ແລະພາວະຖົດຖອຍ ກຳລັງຄຸກຄາມຕະຫຼາດຮຸ້ນ.

ດັດຊະນີຄວາມຜັນຜວນ Cboe

ດັດຊະນີຄວາມຜັນຜວນ Cboe ຫຼືທີ່ຮູ້ຈັກກັນໃນຊື່ VIX ໃຊ້ສະທ້ອນລະດັບຄວາມຢ້ານກົວແລະຄວາມຕຶງຄຽດໃນຕະຫຼາດຮຸ້ນ ພ້ອມທັງຕິດຕາມລາຄາຂອງອອບຊັນໃນ S&P 500. ເມື່ອວັນຈັນຜ່ານມາ ດັດຊະນີນີ້ປັບຂຶ້ນເຖິງ 3 ຈຸດ ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ເດືອນມິຖຸນາ ເມື່ອຕະຫຼາດປັບຕົວລົງຮອດຈຸດຕ່ຳສຸດໃນຕະຫຼາດຫມີ.

ສະຖານະການນີ້ຍັງເປັນຜົນມາຈາກຄວາມສັບສົນໃນຕະຫຼາດສະກຸນເງິນ ເຊິ່ງເຫັນເງິນ USD ປັບຕົວຂຶ້ນສູ່ລະດັບສູງສຸດໃນຮອບ 20 ປີ. ສິ່ງນີ້ຜັກດັນໃຫ້ນັກລົງທຶນສ່ວນໃຫຍ່ຂາຍສິນຊັບທີ່ມີຄວາມສ່ຽງ ໂດຍຄຳນຶງວ່າ FED ໃຊ້ການຂຶ້ນອັດຕາດອກເບ້ຍຢ່າງຮຸນແຮງເພື່ອຄວບຄຸມເງິນເຟີ້ ເຊິ່ງອາດນຳໄປສູ່ພາວະເສດຖະກິດຖົດຖອຍແລະການຊະລໍຕົວທາງເສດຖະກິດ.

ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

DJIA ແລະ S&P 500

ດັດຊະນີຫຼັກທັງສອງໄດ້ປັບລົງສູ່ລະດັບຕ່ຳສຸດໃໝ່. ລາຄາປິດຂອງ DJIA ຕ່ຳກວ່າ 30,000 ເຊິ່ງເປັນລະດັບຕ່ຳສຸດນັບຕັ້ງແຕ່ເດືອນມິຖຸນາ. ໃນຂະນະດຽວກັນ S&P 500 ຍັງຄົງປິດລົບຕໍ່ເນື່ອງເປັນອາທິດທີ 5 ລຽນຕິດ ໂດຍຫຼຸດລົງ 4.65%.

ໃນມື້ນີ້ ຄວາມກັງວົນຂອງນັກລົງທຶນຢູ່ໃນລະດັບສູງຫຼາຍ. ເບິ່ງຄືວ່າຕະຫຼາດຮຸ້ນກຳລັງຈະເຖິງຈຸດປ່ຽນທິດທາງ. ໃນສະຖານະການນີ້ ນັກຊື້ຂາຍອາດຊອກຫາເຄື່ອງມືລົງທຶນທີ່ປອດໄພກວ່າສຳລັບການລົງທຶນໄລຍະຍາວ. ຄຳອາດເປັນທາງເລືອກທີ່ມີສະຖຽນລະພາບຫຼາຍກວ່າ.

ຄຳມີບົດບາດສຳຄັນໃນການຈັດສັນສິນຊັບຂອງນັກລົງທຶນ ໂດຍສະເພາະໃນຊ່ວງທີ່ເງິນເຟີ້ສູງແລະເສດຖະກິດມີຄວາມບໍ່ແນ່ນອນ. ນອກຈາກນັ້ນ ຄຳຍັງເປັນສິນຊັບທີ່ດີສຳລັບການຈັດພອດໃຫ້ເໝາະສົມແລະກະຈາຍການລົງທຶນ.